ພິທີເຊັນສັນຍາໂຄງການເຊື່ອມຕໍ່ ຮ່ວມການຜະລິດ ແລະ ການຈັດຈຳໜ່າຍລິດຕະພັນໝາກໄມ້
ເພື່ອເປັນການປະກອບສ່ວນສົ່ງເສີມ ແລະ ຊຸກຍູ້ໃຫ້ປະຊາຊົນບັນດາຊົນເຜົ່າຢູ່ແຂວງຫົວພັນ ເວົ້າລວມ ເວົ້າສະເພາະ ແມ່ນປະຊາຊົນບັນດາເຜົ່າຢູ່ເມືອງຊຽງຄໍ້, ເມືອງສົບເບົາ ແລະ ເມືອງວຽງໄຊ ເຂົ້າຮ່ວມຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລຸດພົ້ນອອກຈາກຄວາມດ້ວຍພັດທະນາເປັນກ້າວໆ. ໃນວັນທີ 26ພຶດສະພາ 2019ນີ້, ທີ່ໂຮງແຮມ ຄາວພຣາຊ່າ, ນະຄອນຫຼວງວຽງຈັນ, ໄດ້ມີ ພິທີເຊັນສັນຍາ ຮ່ວມມື ລະຫວ່າງ ບໍລິສັດ ໄພບຸນການຄ້າຂາອອກ-ຂາເຂົ້າຈໍາກັດ ສ ປປ ລາວ ແລະ ສະຫະກອນຫງອັກລານ ສສ ຫວຽດນາມ ກ່ຽວກັບການເຊື່ອມຕໍ່ຮ່ວມການຜະລິດ ແລະ ບໍລິໂພກຜະລິດຕະພັນໝາກໄມ້.
ຊີ່ງໂຄງການດັ່ງກ່າວນີ້ ມີຜົນປະໂຫຍດໃນການແກ້ໄຂຊີວິດການເປັນຢູ່ ຂອງປະຊາຊົນບັນດາຊົນເຜົ່າ ທີ່ດໍາລົງຊີວິດຢູ່ເມືອງຊຽງຄໍ້, ເມືອງສົບເບົາ ແລະ ເມືອງວຽງໄຊ ແຂວງຫົວພັນ ເພື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນລຸດພົ້ນອອກຈາກຄວາມທຸກຍາກເປັນກ້າວໆ ແລະ ເປັນການເສີມຂະຫຍາຍສາຍພົວພັນຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວໃຫ້ມີບາດກ້າວໃໝ່ເລື້ອຍໆ.