ບໍລິສັດ ພົງສະຫວັນ ກໍ່ສ້າງ (ພີເອຊີ) ຈໍາກັດ ກໍ່ຕັ້ງຂຶ້ນເມື່ອປີ 1997 ເພື່ອເປັນຜູ້ໃຫ້ບໍລິການຮັບເຫມົາກໍ່ສ້າງ, ປະດັບປະດາຕົບແຕ່ງບ້ານ ແລະ ອາຄານທຸກປະເພດ, ກໍ່ສ້າງ-ຂົວທາງ, ຊົນລະປະທານ ລວມເຖິງ
ກິດຈະກໍາທີ່ກ່ຽວຂ້ອງກັບການກໍ່ສ້າງດ້ານອະສັງຫາລິມະຊັບ ແລະ ບໍລິການຊື້ຂາຍທີ່ດິນ ຄົບວົງຈອນ ດ້ວຍທີມງານທີ່ມີຄວາມຊ່ຽວຊານ ແລະ ມີຄວາມສາມາດສະເພາະດ້ານ ເພື່ອເຕີມເຕັມຄວາມຝັນຂອງຄົນທົ່ວໄປ ທີ່ຢາກມີບ້ານ, ທີ່ຢູ່ອາໃສຫຼືອາຄານທີ່ສວຍງາມ, ຫມັ້ນຄົງດ້ວຍລາຄາທີ່ເປັນທໍາ ແລະ ຖືກຕ້ອງຕາມຫຼັກວິສະວະກໍາ.
ເຕີມເຕັມຄວາມຝັນ ເລື່ອງເຮືອນ ແລະ ອາຄານ ຕາມຫຼັກວິສະວະກໍາ
ຮັບອອກແບບ ແລະ ກໍ່ສ້າງອາຄານທຸກປະເພດຖືກຕ້ອງ ຕາມຫຼັກວິສະວະກໍາ ແລະ ຕາມຄວາມເພີ່ງພໍໃຈຂອງລູກຄ້າ. | ສ້ອມແປງອາຄານ ແລະ ຕໍ່ເຕີມອາຄານທຸກປະເພດ. |
ຄວບຄຸມງົບປະມານຂອງລູກຄ້າ ແລະ ເວລາໃນການກໍ່ສ້າງ ໃຫ້ເຫມາະສົມທີ່ສຸດ. |
ບໍລິການໃຫ້ຄໍາປຶກສາ ແລະ ຄໍາແນະນໍາ ນັບແຕ່ ເລີ່ມກໍ່ສ້າງ ຈົນສໍາເລັດ. |